ODOP ແມ່ນຫຍັງ

ຊຸມຊົນຊົນນະບົດຂອງປະເທດລາວເຮົາ ເປັນຊຸມຊົນທີ່ມີຜະລິດຕະພັນຫຼາຍຢ່າງ ທີ່ສາມາດນຳໄປພັດທະນາ ເພື່ອນຳອອກຈຳໜ່າຍສູ່ທ້ອງຕະຫຼາດ, ແຕ່ວ່າ ຜະລິດຕະພັນເຫຼົ່ານັ້ນ ຍັງມີຂໍ້ຈຳກັດ ດ້ານຄຸນນະພາບ ແລະ ຊ່ອງທາງການຕະຫຼາດ, ພ້ອມທັງປະສົບກັບຂໍ້ຈຳກັດ ໃນດ້ານອື່ນໆນຳອີກ.

 

ເພື່ອແກ້ໄຂຂໍ້ຈຳກັດຕ່າງໆເຫຼົ່ານັ້ນ, ລັດຖະບານລາວ ໄດ້ສະເໜີຂໍຄວາມຊ່ວຍເຫຼືອໄປຍັງ ລັດຖະບານຍີ່ປຸ່ນ ເພື່ອຂໍການສະໜັບສະໜູນໃນການຈັດຕັ້ງການເຄື່ອນໄຫວ ທີ່ຮຽກວ່າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ເຊິ່ງມີຈຸດປະສົງ ເພື່ອສົ່ງເສີມອຸດສະຫະກຳຂະໜາດນ້ອຍໃນທ້ອງຖິ່ນ, ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນນັ້ນໆ ໃຫ້ດີຂຶ້ນ.

ໄຈກາໄດ້ຕອບຮັບຄຳຮ້ອງຂໍດັ່ງກ່າວ ແລະ ໃນປີ 2008 ໄດ້ຈັດຕັ້ງກິດຈະກຳພາກສະນາມຂຶ້ນ ສອງກິດຈະກຳ ເພື່ອເປັນການກະກຽມໂຄງການ, ຜົນທີ່ໄດ້ຮັບຈາກການດຳເນີນກິດຈະກຳພາກສະໜາມຄັ້ງນີ້ ໄດ້ເນັ້ນໜັກໃຫ້ເຫັນເຖິງ ຄວາມຈຳເປັນໃນການຈັດຂະບວນການສົ່ງເສີມໂອດັອບ ໃນພາກສາທາລະນະ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊັບພະຍາກອນມະນຸດ ທີ່ກ່ຽວຂ້ອງກັບໂຄງການ. ດັ່ງນັ້ນ ໄຈກາ ໄດ້ເຮັດຂໍ້ຕົກລົງ ຢ່າງເປັນທາງການກັບ ລັດຖະບານລາວ ໃນການໃຫ້ຄວາມຊ່ວຍເຫຼືອດ້ານວິຊາການ ເຊິ່ງຂໍ້ຕົກລົງໄດ້ຮັບການລົງນາມ ຈາກກະຊວງອຸດສະຫະກຳ ແລະ ການຄ້າຂອງປະເທດລາວ ແລະ ໄຈກາ.

 

 

ODOP Email Newsletter

Newsletter

Sing up ODOP Email news letter by leaving your email address

   Click here to be ODOP fan

Click here to watch ODOP Video

Click here to follow ODOP Twitter